11 April 2023

ຮັບມືດ່ວນ ! PM 2.5 ຝຸ່ນຮ້າຍທີ່ປຽບເໝືອນ “ແຟນເກົ່າ” ທີ່ຫາຍໄປແລ້ວແຕ່ມັກກັບມາ (RPLC)



ຮັບມືດ່ວນ ! PM 2.5 ຝຸ່ນຮ້າຍທີ່ປຽບເໝືອນ “ແຟນເກົ່າ” ທີ່ຫາຍໄປແລ້ວແຕ່ມັກກັບມາ
ອາການເມື່ອສຳຜັດກັບ PM 2.5
- ໄອ, ຈາມ
- ນ້ຳມູກໄຫຼ
- ຕັນດັງ
- ນ້ຳຕາໄຫຼ(ຍົກເວັ້ນກໍລະນີອົກຫັກ ຫຼື ບໍ່ຖືກເລກ ແມ່ນບໍ່ກ່ຽວກັບ PM 2.5)
- ເຄືອງຕາ
ວິທີປ້ອງກັນ PM 2.5
- ໃສ່ໜ້າກາກອະນາໄມ ເຊັ່ນ ໜ້າກາກ N95 ທີ່ໄດ້ມາດຕະຖານທຸກຄັ້ງທີ່ອອກຈາກບ້ານ ແລະ ສວມໃສ່ໃຫ້ຖືກວິທີ
- ງົດການອອກກຳລັງກາຍກາງແຈ້ງ
ເມື່ອອອກກຳລັງກາຍຄວນໃຊ້ເຄື່ອງຟອກອາກາດທີ່ຄຸມ PM 2.5 ໄດ້
- ຫຼຸດເວລາການຢູ່ນອກເຮືອນ ໂດຍສະເພາະກຸ່ມສ່ຽງ ແລະ ຜູ້ທີ່ມີພະຍາດປະຈຳຕົວ ເຊັ່ນ: ພະຍາດພູມແພ້, ພະຍາດຫົວໃຈ.
- ຕິດຕາມຂໍ້ມູນຂ່າວສານຕະຫຼອດເວລາ
ຕິດຕາມລະດັບ PM 2.5 ໃນເຂດທີ່ຕົນເອງຢູ່ກ່ອນອອກຈາກເຮືອນທຸກມື້.
ທີ່ມາ: ອ.ພຍ. ພັດທຣາວະໄລ ສິຣິນາຄາ


No comments:

Post a Comment