แฟ้ม MR หน้า About us (RPLC) ขนาด A4
ບໍລິສັດຮ່ວມພັດທະນາເຊົ່າສິນເຊື່ອ ຈຳກັດ ກໍ່ຕັ້ງຂື້ນໃນປີ 2011 ໂດຍນັກລົງທືນຊາວໄທ
ເພື່ອດຳເນີນທຸລະກິດ ເຊົ່າສິນເຊື່ອລົດຈັກ ໄດ້ຈົດທະບຽນທີ່ ສປປ ລາວ ໃນປີ 2011
ດ້ວຍທືນຈົດທະບຽນ 4,005,000,000 ກີບ. ໂດຍໄດ້ຮັບອະນຸຍາດໃຫ້ດຳເນີນທຸລະກິດເຊົ່າສິນເຊື່ອ
ຈາກທະນາຄານແຫ່ງ ສປປ ລາວ ເພື່ອໃຫ້ບໍລິການສິນເຊື່ອແກ່ລູກຄ້າຜູ້ທີ່ມີຄວາມຕ້ອງການເຊົ່າສິນເຊື່ອລົດຈັກໃໝ່ , ລົດຈັກມືສອງ ແລະ ລົດໃຫຍ່ ໃນສາທະລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ປະຈຸບັນ ບໍລິສັດຮ່ວມພັດທະນາເຊົ່າສິນເຊື່ອ ຈຳກັດ ມີສຳນັກງານໃຫຍ່ ຕັ້ງຢູ່ຖະໜົນເລກທີ 13 ເໜືອ ໜ່ວຍ 40
ບ້ານນາເລົ່າ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ແລະ ມີສາຂາເປີດໃຫ້ບໍລິການໃນຕ່າງແຂວງອີກຈຳນວນ 3 ແຫ່ງ
ຄື: ແຂວງສະຫວັນນະເຂດ, ແຂວງຈຳປາສັກ ແລະ ແຂວງຫຼວງພະບາງ.
ຕໍ່ມາທຸລະກິດເຊົ່າສິນເຊື່ອມີການເຕີບໃຫຍ່ຢ່າງໄວວາ ຈຶ່ງໄດ້ມີການເພີ່ມທຶນຈົດທະບຽນ ໃນປີ 2023.
ເພີ່ມທຶນຈົດທະບຽນເປັນ 5,200,000,000 ກີບ ແລະ ເພື່ອເປັນການຂະຫຍາຍກິດຈະການ ຮອງຮັບການເຕີບໃຫຍ່ຂອງທຸລະກິດ
ບໍລິສັດຮ່ວມພັດທະນາເຊົ່າສິນເຊື່ອ ໄດ້ມີການຂະຫຍາຍການລົງທຶນໄປທີ່ປະເທດກຳປູເຈຍ ໃນປີ 2014
ເຊິ່ງປະຈຸບັນມີສາຂາເປີດໃຫ້ບໍລິການທີ່ກຳປູເຈຍ ທັງໝົດ 4 ສາຂາ.
ຕະຫຼອດໄລຍະເວລາ 10 ກວ່າປີ ທີ່ບໍລິສັດຮ່ວມພັດທະນາເຊົ່າສິນເຊື່ອໄດ້ໃຫ້ບໍລິການແກ່ລູກຄ້າ
ພວກເຮົາໄດ້ມຸ່ງໝັ້ນ ແລະ ພັດທະນາງານບໍລິການ ເພື່ອໃຫ້ສາມາດໄດ້ບໍລິການລູກຄ້າໄດ້ທຸກພື້ນທີ່
ບໍ່ວ່າຈະເປັນການອອກຮັບໃຊ້ລູກຄ້ານອກສະຖານທີ່ ການບໍລິການຜ່ານ Mobile app
ຕະຫຼອດຈົນຜ່ານຊ່ອງທາງ Online ອື່ນໆ ເຊັ່ນວ່າ Fanpage Facebook Whatapp ແລະ tiktok ເປັນຕົ້ນ
ວິໄສທັດ
ບໍລິສັດຮ່ວມພັດທະນາເຊົ່າສິນເຊື່ອ ຈຳກັດ ມຸ່ງໝັ້ນທີ່ຈະເປັນ ( ສຳນັກງານສິນເຊື່ອໃນຝັນຂອງລູກຄ້າ )
ໂດຍການສະໜອງຄວາມຕ້ອງການຂອງຜູ້ໃຊ້ບໍລິການສິນເຊື່ອໃຫ້ບັນລຸຈຸດມຸ່ງໝາຍດ້ວຍຂະບວນການເຮັດວຽກທີ່ມີມາດຕະຖານ
ແລະ ການບໍລິການທີ່ມີຄຸນນະພາບ
ໂດຍພວກເຮົາຍືດຄະຕິໃນການຮັບໃຊ້ລູກຄ້າ ດັ່ງນີ້
" ສະດວກໃຊ້ ສະດວກໃຈ ສະບາຍໃຈ ແລະ ໝັ້ນໃຈ "
ສະດວກໃຊ້ : ດ້ວຍເງືອນໄຂ ຂັ້ນຕອນການໃຫ້ບໍລິການບໍ່ຫຍຸ້ງຍາກ ສະດວກ ວ່ອງໄວ
ດ້ວຍການນຳໃຊ້ເທັກໂນໂລຍີ ເຂົ້າມາປະສົມປະສານເພື່ອໃຫ້ບໍລິການແກ່ລູກຄ້າ
ສະດວກໃຈ : ບໍລິການເປັນກັນເອງ ປຽບເໝືອນໝູ່ເພື່ອນ ຍາດພີ່ນ້ອງ ທີ່ຊ່ວຍໃຫ້ຄຳແນະນຳ ແລະ ຊ່ວຍເຫຼືອ
ທາງດ້ານການເງິນໃຫ້ແກ່ລູກຄ້າ ເພື່ອໃຫ້ລູກຄ້າມີລົດ ແລະຊັບສິນປະເພດອະສັງຫາລິມະຊັບອື່ນໆ
ເພື່ອອຳນວຍຄວາມສະດວກໃນຊີວິດປະຈຳວັນ ແລະ ສຳລັບການປະກອບອາຊີບຂອງລູກຄ້າ
ສະບາຍໃຈ: ດ້ວຍເງືອນໄຂ ຜະລິດຕະພັນ ຫຼາກຫຼາຍ ຜ່ອນຜັນ ລາຄາເໝາະສົມ ກຳມະສິດຍັງເປັນຂອງລູກຄ້າ
ໝັ້ນໃຈ: ດ້ວຍລະບົບການຮັບປະກັນຄຸນນະພາບຂອງງານບໍລິການ
ເຊີ່ງພວກເຮົາມີຄ່ານິຍົມຫຼັກຂອງອົງກອນ ພາຍໃຕ້ຄຳວ່າ ເພາະເຮົາຊື່ສັດ ແລະ ຮັບຜິດຊອບສະເໝີ
ບໍລິສັດຮ່ວມພັດທະນາເຊົ່າສິນເຊື່ອ ຈຳກັດ ມີສິນເຊື່ອໃຫ້ບໍລິການຫຼາກຫຼາຍ ໄດ້ແກ່
: ເຊົ່າສິນເຊື່ອລົດຈັກ, ເຊົ່າສິນເຊື່ອລົດໃຫຍ່, ເຊົ່າສິນເຊື່ອລົດຈັກກົນທາງການກະເສດ ຊື້ທອງຄຳເງິນຜ່ອນ ແລະ ທາງພວກເຮົາຕ້ອງການ
ແບ່ງເບົາພາລະໃຫ້ແກ່ລູກຄ້າ ຈື່ງມີຜະລິດຕະພັນສຳລັບຍ້າຍໄຟແນ້ນໃຫ້ແກ່ລູກຄ້າທີ່ຕິດສັນຍາກັບສະຖາບັນອື່ນ
ໂດຍທີ່ສັນຍາເກົ່າເປັນສັນຍາສະກຸນເງິນຕາຕ່າງປະເທດ ແລ້ວຢາກປ່ຽນມາເຮັດສັນຍາສະກຸນເງິນກີບ
ລວມຮອດການຂະຫຍາຍອາຍຸສັນຍາເພີ່ມຂື້ນ ອີກດ້ວຍ
ບໍລິສັດຮ່ວມພັດທະນາເຊົ່າສິນເຊື່ອ ຈຳກັດ ເປີດໃຫ້ບໍລິການ ວັນຈັນ - ສຸກ ເວລາ 8:15 - 17:00 ໂມງ,
ວັນເສົາ - ວັນທິດ ເວລາ 8:15 - 15:30 ໂມງ